ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນໍາກະຊວງປ້ອງກັນປະເທດຢ້ຽມຢາມ ແລະ ພົບປະໂອ້ລົມ
ພະນັກງານ-ນັກຮົບ ຢູ່ໂຮງໝໍສູນກາງ 103 ກອງທັບ


     ວັນທີ 16 ມັງກອນ 2024 ນີ້, ຄະນະນໍາກະຊວງປ້ອງກັນປະເທດ ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບ, ແພດໝໍໂຮງ
ໝໍສູນກາງ 103 ກອງທັບ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024),
ເຊິ່ງນໍາໂດຍ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມ
ດ້ວຍຜູ້ຕາງໜ້າບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກົມ ແລະ ຫ້ອງການ. ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ສະ
ແຫວງໄຊ ດາລາສາດ ຫົວໜ້າການທະຫານໂຮງໝໍສູນກາງ 103 ກອງທັບ ພ້ອມຄະນະ.

     ສະຫາຍ ພົນຕີ ປະສິດ ທ່ຽງທໍາ ໄດ້ໂອ້ລົມຫຼາຍບັນຫາທີ່ສໍາຄັນ ເຊິ່ງບາງຕອນກ່າວວ່າ:“ ກ່ອນໜ້ານີ້ 75 ປີ, ຄືວັນທີ 20 ມັງກອນ 1949
ກອງລາດຊະວົງ ໄດ້ຮັບການສ້າງຕັ້ງຂຶ້ນ, ເຊິ່ງເປັນຕົ້ນກຳເນີດຂອງກອງທັບປະຊາຊົນລາວ ໃນປັດຈຸບັນ, ໂດຍໄດ້ຮັບການສ້າງຕັ້ງຂຶ້ນຢູ່ເຂດທີ່ໝັ້ນ
ຖ້ຳແມ, ເຂດລາວຮຸ່ງພຽງສາ, ເມືອງຊຽງຄໍ້, ແຂວງຫົວພັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງ ແລະ ຊີ້ນໍາ-ບັນຊາໂດຍກົງ.
ນັ້ນເປັນວັນແຫ່ງການເຕົ້າໂຮມບັນດາກອງກຳລັງປະກອບອາວຸດ ທີ່ໄດ້ສ້າງຕັ້ງຂຶ້ນໃນບໍລິເວນຕ່າງໆທົ່ວປະເທດ ເຂົ້າເປັນກອງທັບລາວອິດສະຫຼະ,
ເຊິ່ງແມ່ນເຫດການທີ່ມີຄວາມໝາຍສຳຄັນຄັ້ງໃຫຍ່ຫຼວງທີ່ສຸດທາງດ້ານການເມືອງໃນປະຫວັດສາດຂອງຊາດລາວເຮົາ, ແມ່ນບາດລ້ຽວປະຫວັດ
ສາດໜ້າໃໝ່ແຫ່ງການຕໍ່ສູ້ກູ້ຊາດ ໂດຍມີກອງທັບທີ່ເປັນກຳລັງຫຼັກແຫຼ່ງ, ເປັນທີ່ເພິ່ງອີງຂອງປະຊາຊົນລາວບັນດາເຜົ່າໃນການດໍາເນີນການຕໍ່ສູ້
ຕີຕ້ານກັບຈັກກະພັດຕ່າງດ້າວຜູ້ຮຸກຮານ ແລະ ລູກແຫຼ້ງຕີນມືຂາຍຊາດ, ເຊິ່ງເປັນການຢັ້ງຢືນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດ
ລາວກ້າວສູ່ລະດັບສູງ. ຕະຫຼອດໄລຍະ 75 ປີ ແຫ່ງການຕໍ່ສູ້ ແລະ ເຄື່ອນໄຫວຢ່າງລຽນຕິດໃນເງື່ອນໄຂທີ່ຫຍຸ້ງຍາກລຳບາກ ແລະ ທຸລະກັນດານ
ທີ່ສຸດນັ້ນ, ພາຍໃຕ້ການນຳພາຂອງພັກ, ບັນດາກຳລັງປະກອບອາວຸດປະຊາຊົນລາວ ໄດ້ເຮັດສໍາເລັດພາລະກິດປະຕິວັດອັນຍິ່ງໃຫຍ່ ແລະ ໜັກ
ໜ່ວງທີ່ພັກມອບໝາຍໃຫ້ຢ່າງສະຫງ່າງາມ, ສ້າງຜົນງານອັນດີເດັ່ນ, ວິລະກຳອັນລ້ຳເລີດປະດັບໄວ້ໃນໜ້າປະຫວັດສາດຂອງຊາດຢ່າງສົມກຽດ,
ສ້າງມູນເຊື້ອອັນດີງາມຫຼາຍປະການໄວ້ໃຫ້ແກ່ກໍາລັງປະກອບອາວຸດປະຕິວັດ. ສົມແລ້ວທີ່ເປັນກອງທັບວິລະຊົນຂອງຊາດລາວວິລະຊົນ, ຊຶ່ງໄດ້
ຮັບຄໍາສັນລະເສີນຈາກພັກ ແລະ ລັດ ວ່າ: “ ກອງທັບຍາມໃດກໍ່ນຳໜ້າໃນທຸກວຽກງານ, ເດັດດ່ຽວຜ່ານຜ່າທຸກອຸປະສັກ, ຕີເອົາຊະນະສັດຕູທຸກ
ໂຕ, ສຳເລັດທຸກໜ້າທີ່, ສົມເປັນກໍາລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນແຫຼມຄົມຂອງພັກ ".

     ໂອກາດນີ້, ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະອຳນວຍການໂຮງໝໍສູນກາງ 103 ກອງທັບ ພ້ອມກັນ
ສຸມໃສ່ປັບປຸງກໍ່ສ້າງກຳລັງໃນທຸກດ້ານໃຫ້ມີຄຸນນະພາບ ແລະ ມີການຫັນປ່ຽນຢ່າງເດັ່ນຊັດ, ສຶກສາອົບຮົມການເມືອງ-ແນວຄິດເຮັດໃຫ້ສະມາ
ຊິກພັກ, ພະນັກງານ, ນັກຮົບ, ແພດໝໍທຸກຄົນເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ກໍ່ຄືມະຕິກອງປະຊຸມ
ໃຫຍ່ຄັ້ງທີ 5 ຂອງອົງຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ປະກົດເປັນຈິງ; ເອົາໃຈໃສ່ສຶກສາອົບຮົມໃຫ້ທຸກຄົນເສີມຂະຫຍາຍທາດ
ແທ້ມູນເຊື້ອຂອງພັກ, ຂອງຊາດ, ຂອງກອງທັບ (ເປັນຕົ້ນ 8 ມູນເຊື້ອຂອງກອງທັບ) ແລະ ມູນເຊື້ອຂອງເຫຼົ່າຮົບ, ຂອງກົມກອງໃຫ້ເລິກເຊິ່ງຕົວ
ຈິງ; ສ້າງກົມກອງໃຫ້ມີແນວຄິດການເມືອງໜັກແໜ້ນ, ມີນໍ້າໃຈເສຍສະຫຼະອັນສູງສົ່ງເພື່ອປະເທດຊາດ, ເພື່ອປະຊາຊົນ ແລະ ພ້ອມກັນເຮັດ
ສໍາເລັດໜ້າທີ່ຢ່າງຈົບງາມ. ພ້ອມກັນນັ້ນ, ສະຫາຍ ພົນຕີ ປະສິດ ທ່ຽງທໍາ ພ້ອມຄະນະ ຍັງໄດ້ລົງຢ້ຽມຢາມ ແລະ ມອບວັດຖຸປັດໃຈຈໍານວນ
ໜຶ່ງໃຫ້ພະນັກງານທະຫານທີ່ນອນປີ່ນປົວຢູ່ໂຮງໝໍສູນກາງ 103 ກອງທັບ ແລະ ມອບໃຫ້ໂຮງໝໍສູນກາງ 103 ກອງທັບຕື່ມອີກ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 17/01/2024